Rich Road Academy
XAUUSD = ລາຄາທອງ 1 ອອນ ເປັນໂດລາ1 lot = 100 ອອນ0.01 lot: ລາຄາຂະຫຍັບ $1 = ±$1ສ່ຽງບໍ່ເກີນ 1-2% ຕໍ່ອໍເດີ

ອ່ານໜ້າຈໍລາຄາໃຫ້ເປັນ - ສັນຍາລັກ, Bid, Ask ແລະ Spread ສຳລັບມືໃໝ່

ບົດທີ 5/33 · ຂຽນໂດຍ ທີມ Rich Road Academy · ອັບເດດ

ສະຫຼຸບບົດຮຽນ

ໜ້າຈໍລາຄາມີ 2 ລາຄາສະເໝີ. Bid ແມ່ນລາຄາທີ່ເຮົາຂາຍໄດ້ (ປຸ່ມ Sell) ແລະ Ask ແມ່ນລາຄາທີ່ເຮົາຊື້ໄດ້ (ປຸ່ມ Buy). Ask ສູງກວ່າ Bid ເລັກນ້ອຍ ສ່ວນຕ່າງນີ້ເອີ້ນວ່າ Spread ເປັນຕົ້ນທຶນຂອງທຸກອໍເດີ. ເປີດອໍເດີປຸບ ຈຶ່ງເຫັນຕິດລົບເລັກນ້ອຍທັນທີ.

ໜ້າຈໍລາຄາມີຫຍັງແດ່

ເມື່ອເປີດແອັບເທຣດ (ເຊັ່ນ MetaTrader 5) ຈະເຫັນລາຍການລາຄາປະມານນີ້:

SymbolBidAskXAUUSDGold vs US Dollar4,000.104,000.40Sell ທີ່ລາຄານີ້Buy ທີ່ລາຄານີ້Spread 0.30 = ຕົ້ນທຶນ
ໜ້າຈໍລາຄາໃນແອັບເທຣດ: Sell ໃຊ້ລາຄາ Bid, Buy ໃຊ້ລາຄາ Ask. ສ່ວນຕ່າງແມ່ນ Spread
ສ່ວນ ຄວາມໝາຍ
XAUUSD ສັນຍາລັກຂອງສິ່ງທີ່ຈະເທຣດ (ທອງຄຳໂລກ)
Bid ລາຄາທີ່ເຮົາ ຂາຍ ໄດ້ ໃຊ້ຕອນກົດ Sell
Ask ລາຄາທີ່ເຮົາ ຊື້ ໄດ້ ໃຊ້ຕອນກົດ Buy
Spread ສ່ວນຕ່າງ Ask − Bid ແມ່ນຕົ້ນທຶນ

ເປັນຫຍັງຕ້ອງມີສອງລາຄາ

ຄືກັບຮ້ານແລກເງິນ. ຮ້ານຈະຮັບຊື້ໂດລາຈາກເຮົາຖືກກວ່າລາຄາທີ່ຂາຍໃຫ້ເຮົາ ສ່ວນຕ່າງແມ່ນລາຍໄດ້ຂອງຮ້ານ.

ໃນການເທຣດກໍເຊັ່ນກັນ ໂບຣກເກີໃຫ້ລາຄາ ຊື້ (Ask) ສູງກວ່າລາຄາ ຂາຍ (Bid) ເລັກນ້ອຍ.

ຕົວຢ່າງ

  • Bid = 4,000.10
  • Ask = 4,000.40
  • Spread = 4,000.40 − 4,000.10 = 0.30 ໂດລາ (30 point)

ຖ້າເຮົາກົດ Buy 0.01 lot ຈະຊື້ທີ່ 4,000.40 ແຕ່ຖ້າປິດທັນທີ ຕ້ອງຂາຍທີ່ 4,000.10 ຈຶ່ງຕິດລົບ 0.30 ໂດລາ ທັນທີ. ລາຄາຕ້ອງຂຶ້ນເກີນ Spread ກ່ອນ ຈຶ່ງເລີ່ມມີກຳໄລ.

Spread ກວ້າງຂຶ້ນເມື່ອໃດ

  • ຕອນ ຂ່າວໃຫຍ່ ອອກ
  • ຕອນ ຕະຫຼາດຫາກໍເປີດ ຫຼື ໃກ້ປິດ
  • ຊ່ວງທີ່ຄົນຊື້-ຂາຍໜ້ອຍ ເຊັ່ນ ຊ່ວງເຊົ້າມືດ ຕາມເວລາລາວ

ມືໃໝ່ຄວນເທຣດຊ່ວງທີ່ Spread ແຄບ ແລະ ເບິ່ງ Spread ກ່ອນກົດທຸກຄັ້ງ.

ຕົວເລກອື່ນໆໃນໜ້າຈໍ

  • High / Low = ລາຄາສູງສຸດ ແລະ ຕ່ຳສຸດຂອງມື້
  • ຕົວເລກສີຟ້າ/ແດງ = ລາຄາຫາກໍຂຶ້ນ ຫຼື ລົງ (ສີຕ່າງກັນຕາມແອັບ)
  • ທົດສະນິຍົມ 2 ຕຳແໜ່ງ = ທອງເໜັງເທື່ອລະ 0.01 ເອີ້ນວ່າ point ອ່ານຕໍ່ໃນບົດ Pip ແລະ Point

ລອງເຮັດ

ເປີດແອັບເທຣດໃນບັນຊີທົດລອງ ຄົ້ນຫາ XAUUSD ແລ້ວເບິ່ງວ່າ Spread ຕອນນີ້ເທົ່າໃດ. ລອງເບິ່ງຊ້ຳໃນເວລາຕ່າງກັນ ຈະເຫັນວ່າ Spread ບໍ່ຄົງທີ່.

ບົດຕໍ່ໄປ: ໂບຣກເກີແມ່ນຫຍັງ ເງິນຂອງເຮົາຢູ່ໃສ

ຖາມ-ຕອບທ້າຍບົດ

ເປັນຫຍັງເປີດອໍເດີແລ້ວຕິດລົບທັນທີ?

ເພາະ Spread. ຕອນ Buy ເຮົາຊື້ທີ່ລາຄາ Ask ແຕ່ລະບົບຄິດກຳໄລ-ຂາດທຶນຈາກລາຄາ Bid ທີ່ຕ່ຳກວ່າ ຈຶ່ງຕິດລົບເທົ່າກັບ Spread ຕັ້ງແຕ່ທຳອິດ. ເປັນເລື່ອງປົກກະຕິ.

ຕົວເລກຫຼັງຈຸດທົດສະນິຍົມແມ່ນຫຍັງ?

ທອງສະແດງທົດສະນິຍົມ 2 ຕຳແໜ່ງ ເຊັ່ນ 4,000.25 ຫຼັກສຸດທ້າຍເອີ້ນວ່າ point ເໜັງເທື່ອລະ 0.01. ອ່ານຕໍ່ໃນບົດ Pip ແລະ Point.

ຢາກຮຽນກັບພວກເຮົາ?

ທັກຫາພວກເຮົາທາງ Facebook Messenger ເພື່ອສອບຖາມລາຍລະອຽດກຸ່ມຮຽນ.

ທັກ Messenger