ນະໂຍບາຍຄວາມເປັນສ່ວນຕົວ
ອັບເດດລ່າສຸດ: 20 ຕຸລາ 2026
ຂໍ້ມູນທີ່ເວັບນີ້ເກັບ
ເວັບນີ້ ບໍ່ມີແບບຟອມ ບໍ່ມີລະບົບສະໝັກສະມາຊິກ ແລະ ບໍ່ຮັບຊຳລະເງິນ ຈຶ່ງບໍ່ໄດ້ຂໍຊື່ ເບີໂທ ຫຼື ຂໍ້ມູນບັດຂອງທ່ານ.
- ຂໍ້ມູນການເຂົ້າເວັບ: ເວັບນີ້ໃຊ້ Cloudflare ເປັນຜູ້ໃຫ້ບໍລິການ ເຊິ່ງອາດບັນທຶກຂໍ້ມູນທາງເທັກນິກ ເຊັ່ນ IP address ແລະ ປະເພດອຸປະກອນ ເພື່ອຄວາມປອດໄພ ແລະ ເພື່ອໃຫ້ເວັບເຮັດວຽກໄດ້.
- ສະຖິຕິການເຂົ້າເວັບ: ພວກເຮົາໃຊ້ Cloudflare Web Analytics ນັບຈຳນວນຄົນເຂົ້າເວັບແບບລວມ ໂດຍບໍ່ໃຊ້ cookie ຕິດຕາມໂຕບຸກຄົນ.
ບໍລິການຂອງບໍລິສັດອື່ນໃນເວັບ
- ກຣາຟລາຄາ ຈາກ TradingView ແລະ ຟອນ ຈາກ Google Fonts ຖືກໂຫຼດຈາກເຊີບເວີຂອງບໍລິສັດເຫຼົ່ານັ້ນ ເຊິ່ງມີນະໂຍບາຍຄວາມເປັນສ່ວນຕົວຂອງຕົນເອງ.
- ປຸ່ມ Messenger ແລະ WhatsApp ພາທ່ານອອກໄປແອັບຂອງ Meta. ການໃຊ້ແອັບເຫຼົ່ານັ້ນເປັນໄປຕາມນະໂຍບາຍຂອງ Meta.
ເມື່ອທ່ານທັກຫາພວກເຮົາ
ເມື່ອທ່ານທັກມາທາງ Messenger ຫຼື ເຂົ້າກຸ່ມ WhatsApp ພວກເຮົາຈະເຫັນຊື່ ຮູບໂປຣໄຟລ໌ ເບີໂທ (ສຳລັບ WhatsApp) ແລະ ຂໍ້ຄວາມທີ່ທ່ານສົ່ງມາ. ພວກເຮົາໃຊ້ຂໍ້ມູນນີ້ເພື່ອຕອບຄຳຖາມ ແລະ ແຈ້ງຂ່າວກ່ຽວກັບການຮຽນເທົ່ານັ້ນ.
- ພວກເຮົາ ບໍ່ຂາຍ ຂໍ້ມູນຂອງທ່ານໃຫ້ໃຜ.
- ພວກເຮົາ ບໍ່ເຄີຍຂໍລະຫັດຜ່ານ, OTP ຫຼື ລະຫັດບັນຊີເທຣດ ຂອງທ່ານ. ຖ້າມີຄົນອ້າງຊື່ພວກເຮົາມາຂໍ ໃຫ້ຖືວ່າເປັນມິດສາຊີບ.
- ທ່ານອອກຈາກກຸ່ມໄດ້ທຸກເວລາ ແລະ ຂໍໃຫ້ລຶບປະຫວັດການລົມໄດ້ ໂດຍທັກຫາພວກເຮົາທາງ Facebook.
ຕິດຕໍ່
ຖ້າມີຄຳຖາມກ່ຽວກັບນະໂຍບາຍນີ້ ທັກຫາພວກເຮົາທາງ Facebook Rich Road Academy.
ຢາກຮຽນກັບພວກເຮົາ?
ເຂົ້າກຸ່ມຮຽນທາງ WhatsApp ຫຼື ທັກສອບຖາມລາຍລະອຽດທາງ Facebook Messenger.