ເທຣດຄຳດ້ວຍມືຖືຢ່າງດຽວໄດ້ບໍ່? ການຕັ້ງຄ່າ ແລະ ຂໍ້ຄວນລະວັງ
ເທຣດຄຳດ້ວຍມືຖືຢ່າງດຽວໄດ້. ແອັບ MetaTrader 5 ໃນມືຖືເຮັດໄດ້ຄົບທັງເບິ່ງກຣາຟ ເປີດປິດອໍເດີ ແລະ ຕັ້ງ Stop Loss ແຕ່ຈໍນ້ອຍເຮັດໃຫ້ຕີເສັ້ນ ແລະ ເບິ່ງຫຼາຍ timeframe ຍາກ. ຄວນໃຊ້ກຣາຟ H1 ຂຶ້ນໄປ ຕັ້ງ Stop Loss ທຸກຄັ້ງກ່ອນກົດ ແລະ ໂຫຼດແອັບຈາກ Play Store ຫຼື App Store ເທົ່ານັ້ນ.
⚠ ເນື້ອຫາເພື່ອການສຶກສາ ບໍ່ແມ່ນຄຳແນະນຳການລົງທຶນ. ການເທຣດມີຄວາມສ່ຽງ ອາດເສຍເງິນທຶນໄດ້.
ມືຖືຢ່າງດຽວພໍບໍ່
ພໍສຳລັບເລີ່ມຕົ້ນ. ແອັບ MetaTrader 5 ໃນມືຖືມີທຸກຢ່າງທີ່ຕ້ອງໃຊ້ ແຕ່ຄວນຮູ້ຂໍ້ຈຳກັດກ່ອນ.
| ມືຖື | ຄອມພິວເຕີ | |
|---|---|---|
| ເບິ່ງກຣາຟ | ໄດ້ ແຕ່ຈໍນ້ອຍ | ເຫັນລາຍລະອຽດກວ່າ |
| ຕີເສັ້ນແນວຮັບແນວຕ້ານ | ເຮັດໄດ້ ແຕ່ຍາກ | ງ່າຍກວ່າຫຼາຍ |
| ເບິ່ງຫຼາຍ timeframe | ສະຫຼັບໄປມາ | ເປີດຄູ່ກັນໄດ້ |
| ເປີດປິດອໍເດີ | ສະດວກ | ສະດວກ |
| ພົກໄປໃສກໍໄດ້ | ໄດ້ | ບໍ່ໄດ້ |
ຂໍ້ເສຍທີ່ອັນຕະລາຍທີ່ສຸດຂອງມືຖືແມ່ນ ກົດງ່າຍເກີນໄປ. ເປີດແອັບປຸບ ເຫັນລາຄາແລ່ນ ກໍຢາກກົດເລີຍ ທັງທີ່ບໍ່ໄດ້ຢູ່ໃນແຜນ.
ຕັ້ງຄ່າແອັບທີ່ຄວນເຮັດທັນທີ
- ເປີດເສັ້ນລາຄາ Ask ເທິງກຣາຟ ໃນການຕັ້ງຄ່າກຣາຟ ຈະໄດ້ເຫັນວ່າອໍເດີ Sell ຈະຖືກປິດທີ່ລາຄາໃດ. ອ່ານເຫດຜົນໃນບົດ ອ່ານໜ້າຈໍລາຄາ.
- ປິດການເທຣດຄລິກດຽວ (One Click Trading). ຖ້າເປີດໄວ້ ແຕະກຣາຟຜິດໜ້ອຍດຽວກໍເປີດອໍເດີໄດ້ທັນທີ.
- ໃຊ້ກຣາຟ H1 ຂຶ້ນໄປ. ຈໍມືຖືສະແດງ M1-M5 ແລ້ວເບິ່ງບໍ່ອອກ ແລະ ຫຼອກເລື້ອຍ.
- ຕັ້ງ Alert ໃນ TradingView ໃຫ້ເຕືອນເມື່ອລາຄາຮອດໂຊນທີ່ຕີໄວ້ ບໍ່ຕ້ອງເຝົ້າຈໍໝົດມື້.
ຄວາມປອດໄພຂອງບັນຊີໃນມືຖື
- ໂຫຼດແອັບຈາກ Play Store ຫຼື App Store ເທົ່ານັ້ນ.
- ຕັ້ງລະຫັດລັອກໜ້າຈໍມືຖື.
- ຢ່າບັນທຶກລະຫັດຫຼັກ (Master password) ໄວ້ໃນໂນດ ຫຼື ແຊັດ.
- ເປີດການຢືນຢັນໂຕຕົນ 2 ຊັ້ນໃນໜ້າເວັບຂອງໂບຣກເກີ ຖ້າມີໃຫ້ໃຊ້.
- ມີຄົນຂໍໃຫ້ຕິດຕັ້ງແອັບຄວບຄຸມໜ້າຈໍເພື່ອຊ່ວຍເທຣດ ໃຫ້ປະຕິເສດທັນທີ. ອ່ານເພີ່ມໃນບົດ ລະວັງມິດສາຊີບ.
ນິໄສທີ່ຊ່ວຍບໍ່ໃຫ້ເສຍເງິນເພາະມືຖື
- ຕັ້ງ Stop Loss ແລະ Take Profit ກ່ອນກົດສະເໝີ. ເນັດຫຼຸດ ຫຼື ແບັດໝົດ ອໍເດີກໍຍັງປອດໄພ.
- ບໍ່ເທຣດລະຫວ່າງເຮັດຢ່າງອື່ນ ເຊັ່ນ ຂັບລົດ ເຮັດວຽກ ຫຼື ຕອນງ່ວງ.
- ບໍ່ເທຣດຕອນຂ່າວແຮງອອກດ້ວຍເນັດມືຖື. ລາຄາແລ່ນໄວ ເນັດຊ້າໄປບໍ່ເທົ່າໃດວິນາທີກໍໄດ້ລາຄາແຍ່ລົງ.
- ປິດແອັບຫຼັງຕັ້ງອໍເດີແລ້ວ. ການເປີດເບິ່ງກຳໄລຂາດທຶນທຸກ 5 ນາທີ ເຮັດໃຫ້ຢາກປິດອໍເດີກ່ອນແຜນ.
ຖ້າມື້ໜຶ່ງມີຄອມພິວເຕີ ຫຼື ແທັບເລັດ ໃຫ້ໃຊ້ວິເຄາະກຣາຟໃນຈໍໃຫຍ່ ແລ້ວໃຊ້ມືຖືໄວ້ເບິ່ງອໍເດີ ແລະ ຮັບການແຈ້ງເຕືອນ.
ຖາມ-ຕອບທ້າຍບົດ
ແອັບເທຣດໃນມືຖື ຕ້ອງໂຫຼດຈາກໃສ?
ໂຫຼດຈາກ Google Play Store ຫຼື App Store ເທົ່ານັ້ນ. ຄົ້ນຊື່ MetaTrader 5 ຜູ້ພັດທະນາແມ່ນ MetaQuotes. ຢ່າໂຫຼດແອັບຈາກລິ້ງທີ່ມີຄົນສົ່ງມາໃນແຊັດ ເພາະມິດສາຊີບມັກເຮັດແອັບປອມ.
ເນັດຫຼຸດຕອນມີອໍເດີຄ້າງ ຈະເປັນຫຍັງບໍ່?
ອໍເດີຍັງຢູ່ທີ່ໂບຣກເກີ ແລະ Stop Loss ກັບ Take Profit ທີ່ຕັ້ງໄວ້ຍັງເຮັດວຽກເຖິງມືຖືປິດຢູ່. ແຕ່ຖ້າບໍ່ໄດ້ຕັ້ງໄວ້ ຈະປິດອໍເດີບໍ່ໄດ້ຈົນກວ່າເນັດກັບມາ.